lo_2ch_text_ulb_l3/14/09.txt

1 line
1.7 KiB
Plaintext

\v 9 ເຊຣາຊາວເອທີໂອເປຍໄດ້ອອກມາຕໍ່ສູ້ກັບພວກເຂົາດ້ວຍກອງທັບຫນຶ່ງລ້ານຄົນ ແລະ ລົດຮົບສາມຮ້ອຍຄັນ ແລະ ພອົງໄດ້ມາຮອດເມືອງມາເຣຊາ. \v 10 ແລະອາຊາຊົງຍົກອອກໄປປະທະກັບພວກເຂົາ, ແລະ ພວກເຂົາທັງຫລາຍກໍຕັ້ງແນວຮົບໃນພູເຂົາເຊຟາທາທີ່ມາເຣຊາ. \v 11 ອາຊາຮ້ອງທູນຕໍ່ພຣະຢາເວ, ພຣະເຈົ້າຂອງພະອົງວ່າ, “ຂ້າແດ່ພຣະຢາເວ, ບໍ່ມີຜູ້ໃດຊ່ວຍໄດ້ຢ່າງພຣະອົງ ໃນການສູ້ຮົບກັນລະຫວ່າງຜູ້ທີ່ມີກຳລັງເມື່ອພວກເຂົາກຳລັງປະເຊີນກັບຄົນຫລວງຫລາຍ. ຂ້າແດ່ພຣະຢາເວພຣະເຈົ້າຂອງຂ້າພະອົງທັງຫລາຍ ຂໍຊົງຊ່ວຍພວກຂ້າພະອົງ, ເພາະຂ້າພະອົງທັງຫລາຍເພິ່ງພຣະອົງ, ແລະ ຂ້າພະອົງມາຕໍ່ສູ້ກັບຄົນຫມູ່ໃຫຍ່ນີ້ໃນພຣະນາມຂອງພຣະອົງ. ຂ້າແດ່ພຣະຢາເວ, ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງທັງຫລາຍ; ຂໍຢ່າໃຫ້ມະນຸດຊະນະພຣະອົງ.”