lo_2ch_text_ulb_l3/15/10.txt

1 line
534 B
Plaintext

\v 10 ພວກເຂົາຊຸມນຸມກັນທີ່ເຢຣູຊາເລັມໃນເດືອນທີສາມ, ຂອງປີທີສິບຫ້າໃນຣາຊະການຂອງອາຊາ. \v 11 ພວກເຂົາຖວາຍສັດບູຊາແດ່ພຣະຢາເວໃນມື້ນັ້ນຈາກເຄື່ອງຂອງທີ່ພວກເຂົາໄດ້ຍຶດມາ: ມີງົວເຖິກເຈັດຮ້ອຍໂຕ ແລະ ແກະເຈັດພັນໂຕ.