lo_2ch_text_ulb_l3/15/03.txt

1 line
930 B
Plaintext

\v 3 ອິສຣາເອນຢູ່ໂດຍປາສະຈາກພຣະເຈົ້າອົງທ່ຽງແທ້ເປັນເວລາດົນ, ບໍ່ມີປະໂລຫິດຜູ້ສັ່ງສອນ, ແລະ ບໍ່ມີກົດຫມາຍ. \v 4 ແຕ່ເມື່ອເຖິງຄາວພວກເຂົາທຸກຍາກລຳບາກ ພວກເຂົາຫັນມາຫາພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ແລະ ສະແຫວງຫາພຣະອົງ ພວກເຂົາທັງຫລາຍກໍພົບພຣະອົງ. \v 5 ໃນສມັຍນັ້ນບໍ່ມີສັນຕິພາບແກ່ຜູ້ທີ່ອອກໄປ, ຫລືຜູ້ທີ່ເຂົ້າມາ; ເພາະມີການວຸ້ນວາຍລົບກວນຊາວເມືອງທັງຫລາຍນັ້ນ.