lo_2ch_text_ulb_l3/15/01.txt

1 line
964 B
Plaintext

\c 15 \v 1 ພຣະວິນຍານຂອງພຣະເຈົ້າສະເດັດມາສະຖິດກັບອາຊາຣີຢາລູກຊາຍໂອເດັດ. \v 2 ເພິ່ນຈິ່ງອອກໄປເຝົ້າອາຊາທູນພະອົງວ່າ, “ຂ້າແດ່ອາຊາ ແລະ ຢູດາ ກັບເບັນຢາມິນທັງປວງ ຂໍຈົ່ງຟັງຂ້າພະເຈົ້າ: ພຣະຢາເວຊົງສະຖິດກັບທ່ານທັງຫລາຍ, ກໍຕໍ່ເມື່ອທ່ານທັງຫລາຍຢູ່ກັບພຣະອົງ. ຖ້າທ່ານທັງຫລາຍສະແຫວງຫາພຣະອົງ, ທ່ານກໍຈະພົບພຣະອົງ; ແຕ່ຖ້າທ່ານທັງຫລາຍປະຖິ້ມພຣະອົງ, ພຣະອົງຈະຊົງປະຖິ້ມທ່ານທັງຫລາຍ.