lo_2ch_text_ulb_l3/11/16.txt

1 line
1.0 KiB
Plaintext

\v 16 ບັນດາປະຊາຊົນຈາກຈາກຕະກູນທັງປວງໃນອິສະຣາເອນ, ຜູ້ທີ່ປັກໃຈສະແຫວງຫາພຣະຢາເວ ພຣະເຈົ້າຂອງອິສະຣາເອນ; ພວກເຂົາໄດ້ມາຍັງກຸງເຢລູຊາເລັມເພື່ອຖວາຍສັດບູຊາຕໍ່ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ. \v 17 ດັ່ງນັ້ນພວກເຂົາໄດ້ເສີມກຳລັງໃຫ້ຣາຊະອານາຈັກຂອງຢູດາ ແລະ ໄດ້ເຮັດໃຫ້ເຣໂຮໂບອາມລູກຊາຍຂອງໂຊໂລໂມນເຂັ້ມແຂງຢູ່ໄດ້ສາມປີ, ແລະ ພວກເຂົາດຳເນີນຢູ່ສາມປີໃນແບບວິຖີຊີວິດຂອງດາວິດ ແລະໂຊໂລໂມນ.