lo_2ch_text_ulb_l3/06/24.txt

1 line
1.1 KiB
Plaintext

\v 24 ຖ້າອິສະຣາເອນປະຊາຊົນຂອງພຣະອົງພ່າຍແພ້ຕໍ່ຫນ້າສັດຕຣູ ເພາະພວກເຂົາໄດ້ເຮັດບາບຕໍ່ພຣະອົງ, ຖ້າພວກເຂົາຖອຍຫລັງກັບມາຫາພຣະອົງອີກ, ຍອມຮັບພຣະນາມຊື່ຂອງພຣະອົງ, ອະທິຖານ ແລະ ອ້ອນວອນຕໍ່ພຣະພັກ ພຣະອົງໃນພຣະວິຫານນີ້— \v 25 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ ແລະ ໂຜດຍົກໂທດຄວາມຜິດບາບຂອງອິສະຣາເອນປະຊາຊົນຂອງພຣະອົງ; ຂໍຊົງນຳພວກເຂົາກັບມາຍັງແຜ່ນດິນ ຊຶ່ງພຣະອົງໄດ້ໂຜດປຣະທານແກ່ພວກເຂົາທັງຫລາຍ ແລະ ບັນພະບຸຣຸດຂອງພວກເຂົາ.