lo_2ch_text_ulb_l3/06/22.txt

1 line
1021 B
Plaintext

\v 22 ເມື່ອຊາຍຄົນໃດເຮັດບາບຕໍ່ເພື່ອນບ້ານຂອງຕົນ ແລະ ຖືກບັງຄັບໃຫ້ສາບານ, ແລ້ວລາວມາໃຫ້ຄຳສາບານຕໍ່ຫນ້າແທ່ນບູຊາຂອງພຣະອົງໃນພຣະວິຫານນີ້, \v 23 ຂໍພຣະອົງຊົງຮັບຟັງຈາກຟ້າສະຫວັນ ແລະ ຂໍຊົງກະທຳ ແລະ ຂໍຊົງພິພາກສາຜູ້ຮັບໃຊ້ທັງຫລາຍຂອງພຣະອົງ, ລົງໂທດຜູ້ເຮັດຄວາມຜິດ, ຊົງນຳຄວາມປະພຶດຂອງພວກເຂົາໃຫ້ຕົກເທິງຫົວຂອງຕົວເຂົາເອງ. ຂໍຊົງປະກາດຄວາມບໍຣິສຸດຂອງຜູ້ຊອບທັມ, ສະຫນອງແກ່ລາວຕາມຄວາມຊອບທັມຂອງລາວ.