lo_2ch_text_ulb_l3/06/04.txt

1 line
1.5 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 4 ພະອົງກ່າວວ່າ, “ສາທຸການແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຜູ້ຊົງກະທຳໃຫ້ສຳເລັດ ດ້ວຍພຣະຫັດຂອງພຣະອົງ ຕາມທີ່ພຣະອົງກ່າວໄວ້ດ້ວຍພຣະໂອດຕໍ່ດາວິດ ບິດາຂອງຂ້າພະເຈົ້າວ່າ, \v 5 ‘ຕັ້ງແຕ່ມື້ທີ່ເຮົາໄດ້ນຳປະຊາຊົນຂອງເຮົາອອກຈາກແຜ່ນດິນເອຢິບ, ເຮົາບໍ່ໄດ້ເລືອກເມືອງຫນຶ່ງເມືອງໃດໃນຕະກູນອິສະຣາເອນທັງຫມົດ ເພື່ອຈະສ້າງພຣະວິຫານ, ໃຫ້ນາມຊື່ຂອງເຮົາຈະຢູ່ບ່ອນນັ້ນ. ເຮົາບໍ່ໄດ້ເລືອກຊາຍຄົນໃດໃຫ້ເປັນເຈົ້ານາຍເຫນືອອິສະຣາເອນປະຊາຊົນຂອງເຮົາ. \v 6 ແຕ່ເຖີງຢ່າງໃດກໍ່ຕາມ, ເຮົາໄດ້ເລືອກເຢຣູຊາເລັມແລ້ວ, ເພື່ອນາມຊື່ຂອງເຮົາຈະຢູ່ບ່ອນນັ້ນ, ແລະ ເຮົາໄດ້ເລືອກດາວິດແລ້ວ ໃຫ້ຢູ່ເຫນືອອິສະຣາເອນປະຊາຊົນຂອງເຮົາ.