lo_2ch_text_ulb_l3/01/14.txt

1 line
1.7 KiB
Plaintext

\v 14 ໂຊໂລໂມນຊົງທ້ອນໂຮມຣົດຮົບ ແລະ ພົນທະຫານມ້າ, ແລະ ພະອົງຊົງມີຣົດຮົບ 1,400 ຄັນ ແລະ ພົນທະຫານມ້າຫນຶ່ງຫມື່ນສອງພັນຄົນ ຊຶ່ງພະອົງຊົງໃຫ້ປະຈຳຢູ່ທີ່ຫົວເມືອງ, ແລະ ຣົດຮົບຢູ່ພຣະອົງເອງ, ກະສັດໃນເມືອງເຢຣູຊາເລັມ. \v 15 ກະສັດຊົງເຮັດໃຫ້ເງິນ ແລະ ຄຳເປັນຂອງສາມັນໃນເມືອງເຢຣູຊາເລັມເຫມືອນກ້ອນຫີນ, ແລະ ຊົງເຮັດໃຫ້ມີໄມ້ສົນຫລວງຫລາຍເຫມືອນໄມ້ຫມາກເດື່ອຂອງຮ່ອມພູເຂົາ. \v 16 ມ້າອັນເປັນສິນຄ້າຂາເຂົ້າຂອງໂຊໂລໂມນມາຈາກເອຢິບເປັນຝູງ ແລະ ເມືອງຄູເອ, ບັນດາພໍ່ຄ້າຂອງກະສັດຮັບມາເປັນຝູງຕາມລາຄາ. \v 17 ພວກເຂົາທັງຫລາຍນຳຣົດຮົບເຂົ້າມາຈາກເອຢິບຄັນຫນຶ່ງເປັນເງິນຫົກຮ້ອຍເຊເຂເງິນ, ແລະ ມ້າໂຕຫນຶ່ງ150 ເຊເຂ. ດັ່ງນັ້ນ ໂດຍທາງພວກພໍ່ຄ້າ ພວກເຂົາກໍສົ່ງອອກໄປໃຫ້ບັນດາກະສັດຂອງຄົນຮິດຕີ ແລະ ບັນດາກະສັດຂອງຄົນອາຣາມີອານ.