lo_2ch_text_ulb_l3/13/13.txt

1 line
1.2 KiB
Plaintext

\v 13 ແຕ່ເຢໂຣໂບອາມໄດ້ສັບຊ້ອນດັກຊຸ້ມຜູ້ຄົນໄວ້ເພື່ອຈະອ້ອມມາຫາພວກເຂົາ; ຈາກເບື້ອງຫລັງ ດັ່ງນັ້ນ ກອງທະຫານຂອງພະອົງກໍຢູ່ຕໍ່ຫນ້າຢູດາ, ແລະ ກອງຊຸ້ມກໍຢູ່ຂ້າງຫລັງພວກເຂົາ. \v 14 ເມື່ອຢູດາຫລຽວເບິ່ງຫລັງ, ການເສິກກໍຢູ່ຂ້າງຫນ້າ ແລະຂ້າງຫລັງພວກເຂົາ. ພວກເຂົາທັງຫລາຍກໍຮ້ອງທູນຕໍ່ພຣະຢາເວ, ແລະ ບັນດາປະໂລຫິດກໍເປົ່າແກ. \v 15 ແລ້ວຄົນຂອງຢູດາກໍເປັ່ງສຽງຮ້ອງທຳນອງເສິກ; ແລະເມື່ອຄົນຢູດາຮ້ອງຂຶ້ນ, ຢູ່ມາພຣະເຈົ້າຊົງໃຫ້ເຢໂຣໂບອາມ ແລະ ອິດສະຣາເອນທັງປວງພ່າຍແພ້ໄປຕໍ່ອາບີຢາ ແລະ ຢູດາ.