lo_2ch_text_ulb_l3/13/10.txt

1 line
1.3 KiB
Plaintext

\v 10 ແຕ່ສຳລັບເຮົາທັງຫລາຍ, ພຣະຢາເວຊົງເປັນພຣະເຈົ້າຂອງເຮົາທັງຫລາຍ, ແລະ ເຮົາທັງຫລາຍບໍ່ໄດ້ປະຖິ້ມພຣະອົງ. ເຮົາມີປະໂລຫິດ, ຜູ້ບົວລະບັດພຣະຢາເວເປັນລູກຫລານຂອງອາໂຣນ, ແລະ ທັງມີຄົນເລວີເຮັດວຽກຫນ້າທີ່ຂອງພວກເຂົາ. \v 11 ພວກເຂົາຖວາຍເຄື່ອງເຜົາບູຊາແດ່ພຣະຢາເວທຸກເຊົ້າທຸກແລງ ທັງເຄື່ອງຫອມ. ພວກເຂົາກຽມທັງເຂົ້າຈີ່ຕໍ່ຫນ້າພຣະພັກເທິງ ໂຕະບໍລິສຸດ, ແລະເບິ່ງແຍງຄັນຕະກຽງຄຳ ພ້ອມທັງຕະກຽງ, ເພື່ອໃຫ້ຕະກຽງລຸກຢູ່ທຸກແລງ. ເພາະເຮົາໄດ້ຮັກສາພຣະບັນຊາຂອງພຣະຢາເວ, ພຣະເຈົ້າຂອງເຮົາ, ແຕ່ທ່ານໄດ້ປະຖິ້ມພຣະອົງເສຍ.