lo_2ch_text_ulb_l3/13/01.txt

1 line
1.1 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\c 13 \v 1 ໃນປີທີສິບແປດແຫ່ງລາຊະການຂອງກະສັດເຢໂຣໂບອາມ, ອາບີຢາໄດ້ເລີ່ມປົກຄອງເຫນືອປະເທດຢູດາ. \v 2 ພະອົງຊົງປົກຄອງໃນເຢຣູຊາເລັມສາມປີ; ແມ່ຂອງພະອົງມີພະນາມວ່າ ມີກາຢາ, ລູກສາວຂອງອຸຣີເອນແຫ່ງກິເບອາ. ມີສົງຄາມລະຫວ່າງອາບີຢາ ແລະ ເຢໂຣໂບອາມ. \v 3 ອາບີຢາສະເດັດອອກເຮັດສົງຄາມ ກັບກອງທັບທະຫານທີ່ກ້າຫານ, ຊຳນານເສິກ, ເປັນຄົນຄັດເລືອກແລ້ວ 400,000 ຄົນ. ເຢໂຣໂບອາມໄດ້ຕັ້ງແນວຮົບສູ້ກັບພະອົງດ້ວຍຄົນທີ່ຖືກຄັດເລືອກ ທີ່ກ້າຫານ, ຊຳນານເສິກເປັນທະຫານ 800,000 ຄົນ.