lo_2ch_text_ulb_l3/32/16.txt

1 line
1020 B
Plaintext

\v 16 ພວກຂ້າລາຊະການຂອງເຮເຊກີຢາກໍກ່າວທັບຖົມພຣະເຈົ້າຢາເວ ແລະ ເຮເຊກີຢາຜູ້ຮັບໃຊ້ຂອງພຣະອົງຫລາຍກວ່ານັ້ນ. \v 17 ເຮເຊກີຢາຍັງໄດ້ຊົງຂຽນຫນັງສືຫມິ່ນປະຫມາດພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ, ແລະ ກ່າວທັບຖົມພຣະອົງ. ກ່າວວ່າ “ພະຂອງບັນດາປະຊາຊາດແຫ່ງປະເທດທັງຫລາຍບໍ່ໄດ້ຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາສັນໃດ, ພຣະເຈົ້າຂອງເຮເຊກີຢາກໍຈະບໍ່ຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາສັນນັ້ນ.”