lo_2ch_text_ulb_l3/17/01.txt

1 line
713 B
Plaintext

\c 17 \v 1 ເຢໂຮຊາຟັດລູກຊາຍຂອງພະອົງຂຶ້ນປົກຄອງແທນພະອົງ. ເຢໂຮຊາຟັດໄດ້ຊົງເສີມກຳລັງທະຫານຕໍ່ສູ້ອິດສະຣາເອນ. \v 2 ພະອົງຊົງວາງກຳລັງທະຫານໄວ້ໃນຫົວເມືອງທີ່ມີປ້ອມທັງປວງຂອງຢູດາ, ແລະ ຊົງຕັ້ງທະຫານປະຈຳປ້ອມໃນແຜ່ນດິນຢູດາ ແລະ ໃນຫົວເມືອງເອຟຣາຢິມ, ຊຶ່ງອາຊາບິດາຂອງພະອົງໄດ້ຍຶດໄວ້.