lo_2ch_text_ulb_l3/04/04.txt

1 line
1.3 KiB
Plaintext

\v 4 ຂັນນັ້ນວາງຢູ່ເທິງງົວສິບສອງໂຕ, ຫັນຫນ້າໄປທິດເຫນືອ, ສາມໂຕ ຫັນຫນ້າໄປທິດຕາເວັນຕົກ, ສາມໂຕ ຫັນຫນ້າໄປທິດໃຕ້, ແລະ ສາມໂຕຫັນຫນ້າໄປທິດຕາເວັນອອກ. ຂັນນັ້ນວາງຢູ່ເທິງງົວນີ້, ແລະ ສ່ວນເບື້ອງຫລັງຂອງມັນທັງຫມົດຢູ່ຂ້າງໃນ. \v 5 ຂັນຫນາຫນຶ່ງຄືບ, ແລະ ຂອບຂອງມັນເຮັດຄືຂອບຖ້ວຍຄືດອກບົວ. ບັນຈຸນໍ້າໄດ້ສາມພັນບັດ. \v 6 ພະອົງຊົງເຮັດຂັນສິບຫນ່ວຍວາງຢູ່ດ້ານຂວາຫ້າຫນ່ວຍ; ແລະ ດ້ານຊ້າຍຫ້າຫນ່ວຍ, ເພື່ອໃຊ້ລ້າງສິ່ງຂອງໃນນັ້ນ; ເຂົາຈະລ້າງຂອງທີ່ໃຊ້ເປັນເຄື່ອງເຜົາບູຊາໃນນີ້. ຂັນນັ້ນ, ແມ່ນສຳລັບໃຫ້ປະໂລຫິດລ້າງໃນນັ້ນ.