lo_2ch_text_ulb_l3/29/29.txt

1 line
772 B
Plaintext

\v 29 ເມື່ອການຖວາຍບູຊາສຳເລັດແລ້ວ ກະສັດ ແລະຄົນທັງປວງທີ່ຢູ່ກັບພະອົງກໍກາບລົງນະມັດສະການ \v 30 ກະສັດເຮເຊກີຢາ ແລະເຈົ້ານາຍກໍບັນຊາໃຫ້ຄົນເລວີຮ້ອງເພງສັນລະເສີນພຣະຜູ້ເປັນເຈົ້າດ້ວຍຖ້ອຍຄຳຂອງດາວິດ ແລະຂອງອາສັບຜູ້ທຳນວາຍ ພວກເຂົາທັງຫລາຍຮ້ອງເພງສັນລະເສີນດ້ວຍຄວາມຍິນດີ ແລະກົ້ມຫົວລົງນະມັດສະການ