lo_2ch_text_ulb_l3/29/15.txt

1 line
1.7 KiB
Plaintext

\v 15 ພວກເຂົາທັງຫລາຍຮວບຮວມພີ່ນ້ອງຂອງຕົນ ແລ້ວຊຳລະຕົນໃຫ້ບໍລິສຸດ ແລະເຂົ້າໄປຕາມທີ່ກະສັດໄດ້ຊົງບັນຊາໂດຍພຣະທຳຂອງພຣະຜູ້ເປັນເຈົ້າ ໃຫ້ຊຳລະພຣະວິຫານຂອງພຣະຜູ້ເປັນເຈົ້າໃຫ້ບໍລິສຸດ \v 16 ປະໂລຫິດໄດ້ເຂົ້າໄປຂ້າງໃນຂອງພຣະວິຫານຂອງພຣະຜູ້ເປັນເຈົ້າເພື່ອຊຳລະໃຫ້ບໍລິສຸດ ພວກເຂົານຳສິ່ງທີ່ເປື້ອນເປິທີ່ພົບເຫັນໃນພຣະວິຫານຂອງພຣະຜູ້ເປັນເຈົ້າອອກມາທີ່ເດີ່ນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຄົນເລວີກໍຂົນເອົາສິ່ງຂອງນັ້ນອອກໄປຍັງຫ້ວຍນ້ຳກິດໂຣນ \v 17 ພວກເຂົາເລີ່ມຊຳລະໃນມື້ທຳອິດຂອງເດືອນທຳອິດ ແລະໃນວັນທີແປດຂອງເດືອນນັ້ນ ພວກເຂົາມາຍັງລະບຽງຂອງພຣະຜູ້ເປັນເຈົ້າ ພວກເຂົາຊຳລະພຣະວິຫານຂອງພຣະຜູ້ເປັນເຈົ້າຢູ່ແປດມື້ ແລະໃນມື້ທີສິບຫົກຂອງເດືອນທຳອິດ ກໍສຳເລັດ