lo_2ch_text_ulb_l3/29/08.txt

1 line
752 B
Plaintext

\v 8 ເພາະສະນັ້ນ ພຣະພິໂລດຂອງພຣະຜູ້ເປັນເຈົ້າຈຶ່ງມາເທິງຢູດາ ແລະເຢຣູຊາເລັມ ພຣະອົງຊົງເຮັດໃຫ້ເປັນທີ່ຫນ້າຢ້ານກົວ ແລະເປັນທີ່ເຍາະເຍີ້ຍຕາມທີ່ທ່ານໄດ້ເຫັນກັບຕາຂອງທ່ານແລ້ວ \v 9 ເບິ່ງແມ ບິດາທັງຫລາຍຂອງເຮົາໄດ້ລົ້ມລົງດ້ວຍດາບ ແລະລູກຊາຍລູກສາວກັບເມຍຂອງເຮົາໄດ້ຕົກເປັນຊະເລີຍເພາະເຫດນີ້