lo_2ch_text_ulb_l3/28/14.txt

1 line
1.2 KiB
Plaintext

\v 14 ເພາະສະນັ້ນ ຜູ້ຖືອາວຸດຈຶ່ງຖິ້ມຊະເລີຍ ແລະສິ່ງຂອງທີ່ຍືດມາຕໍ່ຫນ້າເຈົ້ານາຍ ແລະຊຸມນຸມຊົນທັງປວງ \v 15 ແລະຜູ້ຊາຍທີ່ຖືກລະບຸຊື່ນັ້ນໄດ້ລຸກຂຶ້ນເອົາເສື້ອຜ້າທີ່ຍຶດມາໃຫ້ແກ່ຄົນທີ່ເປືອຍກາຍຢູ່ໃນພວກຊະເລີຍ ແລະພວກເຂົາກໍນຸ່ງຫົ່ມໄວ້ ທັງເອົາເກີບໃຫ້ພວກເຂົາໃສ່ ແລະຈັດຫາອາຫານ ເຄື່ອງດື່ມໃຫ້ ທັງທາບາດແຜໃຫ້ພວກເຂົາ ແລະນຳຄົນທີ່ອ່ອນເພຍຂຶ້ນລາ ນຳພວກເຂົາກັບມາຫາຍາດພີ່ນ້ອງຂອງພວກເຂົາທີ່ເມືອງເຢຣິໂກ ຄືເມືອງຕົ້ນຕານ ແລະພວກເຂົາທັງຫລາຍກໍກັບໄປຊາມາເຣຍ