lo_2ch_text_ulb_l3/06/34.txt

1 line
1003 B
Plaintext

\v 34 ຖ້າປະຊາຊົນຂອງພຣະອົງອອກໄປເຮັດສົງຄາມຕໍ່ສູ້ສັດຕູຂອງພວກເຂົາ ຈະເປັນໂດຍທາງໃດທີ່ພຣະອົງຊົງໃຊ້ພວກເຂົາອອກໄປກໍຕາມ ແລະພວກເຂົາໄດ້ອະທິຖານຕໍ່ພຣະອົງຢູ່ຕໍ່ຫນ້າເມືອງນີ້ ຊຶ່ງພຣະອົງຊົງເລືອກໄວ້ ແລະຕໍ່ຫນ້າພຣະວິຫານທີ່ຂ້າພະອົງໄດ້ສ້າງເພື່ອພຣະນາມຂອງພຣະອົງແລ້ວ \v 35 ຂໍພຣະອົງຊົງຮັບຟັງຄຳອະທິຖານ ແລະຄຳອ້ອນວອນຂອງພວກເຂົາໃນຟ້າສະຫວັນ ແລະຂໍຊົງໃຫ້ສິດທິອັນຊອບທຳຂອງພວກເຂົາຄົງຢູ່