lo_2ch_text_ulb_l3/06/26.txt

1 line
1.3 KiB
Plaintext

\v 26 ເມື່ອຟ້າສະຫວັນປິດຢູ່ ແລະບໍ່ມີຝົນ ເພາະພວກເຂົາທັງຫລາຍໄດ້ເຮັດບາບຕໍ່ພຣະອົງ ຖ້າພວກເຂົາໄດ້ອະທິຖານຕໍ່ສະຖານທີ່ນີ້ ແລະຍອມຮັບພຣະນາມຂອງພຣະອົງ ແລະຫັນຫລັງກັບຈາກບາບຂອງພວກເຂົາ ເມື່ອພຣະອົງຊົງເຮັດໃຫ້ພວກເຂົາໄດ້ຮັບຄວາມທຸກໃຈ \v 27 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ ແລະຂໍໂຜດຍົກໂທດຄວາມຜິດບາບຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງອິສຣາເອນປະຊາຊົນຂອງພຣະອົງ ເມື່ອພຣະອົງຊົງສອນທາງດີແກ່ພວກເຂົາ ຊຶ່ງພວກເຂົາຄວນຈະດຳເນີນ ແລະ ຂໍຊົງປະທານຝົນເທິງແຜ່ນດິນຂອງພຣະອົງ ຊຶ່ງພຣະອົງໄດ້ພຣະລາຊະທານແກ່ປະຊາຊົນຂອງພຣະອົງເປັນມໍລະດົກນັ້ນ