lo_2ch_text_ulb_l3/06/21.txt

1 line
686 B
Plaintext

\v 21 ແລະຂໍພຣະອົງຊົງຮັບຟັງຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງອິສຣາເອນປະຊາຊົນຂອງພຣະອົງ ເມື່ອພວກເຂົາອະທິຖານຢູ່ຕໍ່ຫນ້າສະຖານທີ່ນີ້ ຂໍພຣະອົງຊົງຮັບຟັງຢູ່ໃນຟ້າສະຫວັນອັນເປັນບ່ອນປະທັບຂອງພຣະອົງ ແລະເມື່ອພຣະອົງຊົງຮັບຟັງແລ້ວ ກໍຂໍພຣະອົງຊົງໂຜດຍົກໂທດ