lo_2ch_text_ulb_l3/06/10.txt

1 line
1.1 KiB
Plaintext

\v 10 ບັດນີ້ ພຣະຜູ້ເປັນເຈົ້າຊົງໃຫ້ພຣະດຳລັດຂອງພຣະອົງຊຶ່ງພຣະອົງຊົງກ່າວນັ້ນສຳເລັດ ເພາະຂ້າພະເຈົ້າໄດ້ຂຶ້ນ ມາແທນດາວິດພໍ່ຂອງຂ້າພະເຈົ້າ ແລະນັ່ງຢູ່ເທິງບັນລັງຂອງອິສຣາເອນ ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ຊົງສັນຍາໄວ້ ແລະຂ້າພະເຈົ້າໄດ້ສ້າງພຣະວິຫານສຳລັບພຣະນາມຂອງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ \v 11 ແລະຂ້າພະເຈົ້າໄດ້ວາງຫີບໄວ້ບ່ອນນັ້ນ ແລະຄຳຫມັ້ນສັນຍາຂອງພຣະຜູ້ເປັນເຈົ້າກໍຢູ່ໃນນັ້ນ ຊຶ່ງພຣະອົງໄດ້ຊົງໃຫ້ກັບຊົນຊາດອິສຣາເອນ”