lo_2ch_text_ulb_l3/36/13.txt

1 line
1.1 KiB
Plaintext

\v 13 ເຊເດກີຢາຊົງກະບົດເຊັ່ນກັນຕໍ່ກະສັດເນບູກາດເນັດຊາ, ຜູ້ທີ່ຊົງໃຫ້ພະອົງສາບານໃນພຣະນາມຂອງພຣະເຈົ້າ. ພະອົງຊົງແຂງຄໍຂອງພະອົງ ເຮັດພະໄທໃຫ້ແຂງກະດ້າງ ບໍ່ຫັນໄປຫາພຣະຢາເວ,​ພຣະເຈົ້າແຫ່ງອິດສະຣາເອນ. \v 14 ນອກຈາກນັ້ນ, ບັນດາປະໂລຫິດຜູ້ສຳຄັນ ແລະ ປະຊາຊົນກໍເຊັ່ນດຽວກັນ ພວກເຂົາບໍ່ສັດຊື່, ແລະ ໂດຍຕິດຕາມບັນດາສິ່ງຫນ້າກຽດຊັງຂອງປະຊາຊາດ. ພວກເຂົາເຮັດໃຫ້ພຣະວິຫານຂອງພຣະຢາເວໃນເຢຣູຊາເລັມ ຊຶ່ງພຣະອົງຊົງຊຳລະໃຫ້ບໍລິສຸດນັ້ນເປັນມົນທິນໄປ.