lo_2ch_text_ulb_l3/01/02.txt

1 line
1.8 KiB
Plaintext

\v 2 ໂຊໂລໂມນກ່າວກັບອິດສະຣາເອນທັງປວງ, ກັບນາຍພັນ ແລະ ນາຍຮ້ອຍ ທັງກັບຜູ້ພິພາກສາ ແລະ ກັບເຈົ້ານາຍທັງປວງໃນອິດສະຣາເອນທັງຫມົດ, ຜູ້ເປັນຫົວຫນ້າຂອງບັນພະບູລຸດຂອງພວກເຂົາ. \v 3 ໂຊໂລໂມນ ແລະ ຊຸມນຸມຊົນທັງປວງທີ່ຢູ່ກັບພະອົງໄດ້ຂຶ້ນໄປທີ່ປູຊະນີຍະສະຖານສູງຊຶ່ງຢູ່ທີ່ກິເບໂອນ, ເພາະຫໍເຕັນແຫ່ງຊຸມນຸມຂອງພຣະເຈົ້າ, ຊຶ່ງໂມເຊຜູ້ຮັບໃຊ້ຂອງຢາເວໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ ຢູ່ບ່ອນນັ້ນ \v 4 ແຕ່ດາວິດໄດ້ນຳຫີບຂອງພຣະເຈົ້າຂຶ້ນມາຈາກກີຣິຢາດເຢອາຣີມເຖິງສະຖານທີ່ຊຶ່ງດາວິດໄດ້ຊົງຕຽມໄວ້ໃຫ້, ເພາະພະອົງໄດ້ຊົງຕັ້ງເຕັນໄວ້ໃຫ້ໃນເມືອງເຢຣູຊາເລັມ. \v 5 ຫລາຍກວ່ານັ້ນ, ແທ່ນບູຊາທອງເຫລືອງຊຶ່ງເບຊາເລນລູກຊາຍອູຣີຜູ້ເປັນລູກຊາຮູເຣໄດ້ສ້າງໄວ້ນັ້ນ ກໍຢູ່ຕໍ່ຫນ້າຫໍເຕັນຂອງພຣະຢາເວ; ໂຊໂລໂມນ ແລະ ຊຸມນຸມຊົນກໍໄດ້ສະແຫວງຫາພຣະເຈົ້າ.