lo_2ch_text_ulb_l3/26/16.txt

1 line
1.7 KiB
Plaintext

\v 16 ແຕ່ເມື່ອພະອົງຊົງແຂງແຮງແລ້ວ, ພະອົງກໍມີພະໄທຈອງຫອງຂຶ້ນ ຈຶ່ງຊົງກະທຳຄວາມເສຍຫາຍ; ເພາະພະອົງລະເມີດຕໍ່ພຣະຢາເວ, ພຣະເຈົ້າຂອງພະອົງ, ໂດຍເຂົ້າໄປໃນພຣະວິຫານຂອງພຣະຢາເວເພື່ອເຜົາເຄື່ອງຫອມເທິງແທ່ນບູຊາ. \v 17 ອາຊາຣີຢາ, ປະໂລຫິດໄດ້ເຂົ້າໄປຕິດຕາມພະອົງພ້ອມກັບປະໂລຫິດຂອງພຣະຢາເວແປດສິບຄົນຜູ້ຊຶ່ງເກັ່ງກ້າ. \v 18 ພວກເຂົາທັງຫລາຍໄດ້ຂັດຂວາງກະສັດອຸດຊີຢາ ແລະ ທູນພະອົງວ່າ, “ຂ້າແດ່ອຸດຊີຢາ ບໍ່ແມ່ນຫນ້າທີ່ຂອງພະອົງທີ່ຈະເຜົາເຄື່ອງຫອມຖວາຍແດ່ພຣະຢາເວ, ແຕ່ເປັນຫນ້າທີ່ຂອງປະໂລຫິດລູກຫລານຂອງອາໂຣນ, ຜູ້ຊຶ່ງຊຳລະໄວ້ໃຫ້ບໍຣິສຸດ ເພື່ອເຜົາເຄື່ອງຫອມ. ຂໍເຊີນພະອົງສະເດັດອອກໄປຈາກສະຖານທີ່ບໍຣິສຸດນີ້, ເພາະພະອົງໄດ້ຊົງລ່ວງເກີນ ແລະ ຈະບໍ່ໄດ້ຮັບກຽດອັນໃດຈາກພຣະຢາເວພຣະເຈົ້າເລີຍ.”