lo_2ch_text_ulb_l3/32/24.txt

1 line
1.3 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 24 ຄັ້ງນັ້ນ ເຮເຊກີຢາຊົງເຈັບປ່ວຍໃກ້ຈະສິ້ນພະຊົນ. ພະອົງທູນອະທິຖານຕໍ່ພຣະຢາເວ, ພຣະຜູ້ເປັນເຈົ້າຊົງຕອບ ແລະ ປະທານຫມາຍສຳຄັນຢ່າງຫນຶ່ງໃຫ້ແກ່ເຮເຊກີຢາ. \v 25 ແຕ່ເຮເຊກີຢາບໍ່ໄດ້ສະຫນອງພຣະຄຸນນັ້ນແກ່ພຣະຢາເວສຳລັບການຊ່ວຍເຫລືອທີ່ພຣະອົງຊົງໄດ້ປະທານແກ່ພະອົງ, ເພາະພະໄທຂອງພະອົງຈອງຫອງຂຶ້ນ. ພຣະພິໂລດຈຶ່ງມາເຫນືອພະອົງ, ຢູດາ ແລະເຢຣູຊາເລັມ. \v 26 ເຖີງຢ່າງໃດກໍ່ຕາມ, ເຮເຊກີຢາຊົງອ່ອນນ້ອມຖ່ອມພະໄທທີ່ແຮງນັ້ນລົງ, ທັງພະອົງ ແລະ ຊາວເຢຣູຊາເລັມ, ພຣະພິໂລດຂອງພຣະຢາເວຈຶ່ງບໍ່ໄດ້ມາເຫນືອພວກເຂົາທັງຫລາຍໃນລາຊະການຂອງເຮເຊກີຢາ.