lo_2ch_text_ulb_l3/24/13.txt

1 line
1.4 KiB
Plaintext

\v 13 ດັ່ງນັ້ນບັນດາຄົນທີ່ຮັບຈ້າງເຮັດວຽກຈຶ່ງໄດ້ເຮັດວຽກ ແລະງານສ້ອມແປງກໍດຳເນີນກ້າວຫນ້າໃນມືຂອງພວກເຂົາ; ພວກເຂົາໄດ້ສ້ອມແປງພຣະວິຫານຂອງພຣະເຈົ້າຕາມຂະຫນາດເດີມ ແລະ ເສີມໃຫ້ແຂງແຮງຂຶ້ນ. \v 14 ເມື່ອພວກເຂົາໄດ້ເຮັດສຳເລັດແລ້ວ, ເຂົາກໍນຳເງິນທີ່ເຫລືອຢູ່ມາຕໍ່ຫນ້າພະພັກກະສັດ ແລະ ເຢໂຮຢາດາ. ພວກເຂົາຈຶ່ງເອົາເງິນນັ້ນເຮັດເຄື່ອງໃຊ້ສຳລັບພຣະວິຫານແຫ່ງພຣະຢາເວ, ຄືເຄື່ອງໃຊ້ສຳລັບການບົວລະບັດ ທັງສຳລັບການຖວາຍເຄື່ອງບູຊາ ແລະ ຖ້ວຍ ແລະ ພາຊະນະຄຳ ແລະ ເງິນ. ພວກເຂົາໄດ້ຖວາຍເຄື່ອງເຜົາບູຊາໃນພຣະວິຫານຂອງພຣະຢາເວຕະຫລອດຊົ່ວອາຍຸຂອງເຢໂຮຢາດາ.