lo_2ch_text_ulb_l3/21/18.txt

1 line
1.3 KiB
Plaintext

\v 18 ພາຍຫລັງເລື່ອງເຫລົ່ານີ້, ພຣະຢາເວຊົງເຮັດໃຫ້ລຳໄສ້ຂອງເຢໂຮຣາມເປັນພະຍາດຊຶ່ງຮັກສາບໍ່ໄດ້. \v 19 ຕໍ່ມາເປັນເວລາຄົບສອງປີ, ລຳໄສ້ຂອງພະອົງກໍອອກມາເພາະພະຍາດນັ້ນ ແລະພະອົງກໍສິ້ນພະຊົນດ້ວຍຄວາມທຸກທໍລະມານຢ່າງຍິ່ງ. ປະຊາຊົນຂອງພະອົງບໍ່ໄດ້ກໍ່ແປວໄຟຖວາຍກຽດແກ່ພະອົງ ຄືກັບທີ່ໄດ້ກໍ່ແປວໄຟໃຫ້ກັບບັນພະບູລຸດຂອງພະອົງ. \v 20 ເມື່ອພະອົງຊົງເລີ່ມປົກຄອງນັ້ນ ພະອົງມີອາຍຸສາມສິບສອງປີ; ຊົງປົກຄອງໃນເຢຣູຊາເລັມແປດປີ, ແລະ ພະອົງໄດ້ຊົງຈາກໄປໂດຍບໍ່ມີໃຜອາໄລ. ພວກເຂົາຝັງພະສົບໄວ້ໃນນະຄອນດາວິດ ແຕ່ບໍ່ແມ່ນໃນຂຸມຝັງສົບຂອງບັນດາກະສັດ.