lo_2ch_text_ulb_l3/06/32.txt

1 line
1.7 KiB
Plaintext

\v 32 ຫລາຍກວ່ານັ້ນອີກ ກ່ຽວກັບຄົນຕ່າງດ້າວ ຜູ້ທີ່ບໍ່ແມ່ນອິດສະຣາເອນ, ແຕ່ປະຊາຊົນຂອງພຣະອົງ ເມື່ອພວກເຂົາມາຈາກ ປະເທດເມືອງໄກ—ເພາະເຫັນແກ່ພຣະນາມອັນຍິ່ງໃຫຍ່ຂອງພຣະອົງ, ພຣະຫັດຊົງລິດຂອງພຣະອົງ, ແລະ ພຣະກອນທີ່ຢຽດອອກຂອງພຣະອົງ—ເມື່ອພວກເຂົາມາ ແລະ ອະທິຖານຢູ່ຕໍ່ຫນ້າພຣະວິຫານນີ້, \v 33 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ, ອັນເປັນບ່ອນປະທັບຂອງພຣະອົງ, ແລະຂໍຊົງກະທຳຕາມທຸກສິ່ງທີ່ຄົນຕ່າງດ້າວໄດ້ທູນຂໍຕໍ່ພຣະອົງ, ເພື່ອວ່າຊົນຊາດທັງຫລາຍແຫ່ງແຜ່ນດິນໂລກຈະຮູ້ຈັກພຣະນາມຂອງພຣະອົງ, ແລະ ຢຳເກງພຣະອົງ, ດັ່ງອິດສະຣາເອນປະຊາຊົນຂອງພຣະອົງຢຳເກງພຣະອົງຢູ່ນັ້ນ, ແລະ ເພື່ອພວກເຂົາທັງຫລາຍຈະຮູ້ວ່າພຣະວິຫານທີ່ຂ້າພະອົງໄດ້ສ້າງໄວ້ນີ້ເປັນບ່ອນເອີ້ນອອກພຣະນາມຂອງພຣະອົງ.