lo_2ch_text_ulb_l3/06/26.txt

1 line
1.3 KiB
Plaintext

\v 26 ເມື່ອຟ້າສະຫວັນປິດຢູ່ ແລະ ບໍ່ມີຝົນ ເພາະພວກເຂົາທັງຫລາຍໄດ້ເຮັດບາບຕໍ່ພຣະອົງ—ຖ້າພວກເຂົາໄດ້ອະທິຖານຕໍ່ສະຖານທີ່ນີ້, ຍອມຮັບພຣະນາມຂອງພຣະອົງ, ແລະ ຫັນຫລັງກັບຈາກບາບຂອງພວກເຂົາ ເມື່ອພຣະອົງຊົງເຮັດໃຫ້ພວກເຂົາໄດ້ຮັບຄວາມທຸກໃຈ— \v 27 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ ແລະຂໍໂຜດຍົກໂທດຄວາມຜິດບາບຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງອິດສະຣາເອນປະຊາຊົນຂອງພຣະອົງ, ເມື່ອພຣະອົງຊົງສອນທາງດີແກ່ພວກເຂົາ ຊຶ່ງພວກເຂົາຄວນຈະດຳເນີນໄປ. ຂໍຊົງປະທານຝົນເທິງແຜ່ນດິນຂອງພຣະອົ, ຊຶ່ງພຣະອົງໄດ້ພຣະລາຊະທານແກ່ປະຊາຊົນຂອງພຣະອົງເປັນມໍລະດົກນັ້ນ.