lo_2ch_text_ulb_l3/31/09.txt

1 line
2.3 KiB
Plaintext

\v 9 ເຮເຊກີຢາຊົງໄຕ່ຖາມປະໂລຫິດ ແລະຄົນເລວີເຖິງເລື່ອງກອງເຫລົ່ານັ້ນ \v 10 ອາຊາຣີຢາປະໂລຫິດໃຫຍ່ ຜູ້ເປັນເຊື້ອສາຍຂອງຊາໂດກທູນຕອບພະອົງວ່າ “ຕັ້ງແຕ່ປະຊາຊົນໄດ້ເລີ່ມນຳສ່ວນບໍລິຈາກເຂົ້າມາໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ພວກຂ້າພະອົງໄດ້ຮັບປະທານ ແລະມີພຽງພໍຈົນເຫລືອ ຫລາຍ ເພາະພຣະຜູ້ເປັນເຈົ້າໄດ້ຊົງອຳນວຍພະພອນປະຊາຊົນຂອງພະອົງຈຶ່ງມີເຫລືອຢູ່ຫລວງຫລາຍຢ່າງນີ້” \v 11 ແລ້ວເຮເຊກີຢາຈຶ່ງຊົງບັນຊາໃຫ້ພວກເຂົາຈັດຫ້ອງໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະພວກເຂົາທັງຫລາຍກໍຈັດໄວ້ \v 12 ພວກເຂົານຳສິ່ງບໍລິຈາກເຂົ້າມາຢ່າງສັດຊື່ ທັງຫນຶ່ງສ່ວນສິບ ແລະສິ່ງຂອງມອບຖວາຍຫົວຫນ້າ ເຈົ້າຫນ້າທີ່ຜູ້ເບິ່ງແຍງຄືໂກນານີຢາຄົນເລວີ ກັບຊິເມອີນ້ອງຊາຍເປັນຄົນຮອງ \v 13 ເຢຮີເອນ ອາຊາຊີຢາ ນາຮາດ ອາສາເຮນ ເຢຣີໂມດ ໂຢຊາບັດ ເອລີເອນ ອິສະມາກີຢາ ມາຮາດ ແລະເບນາຢາ ເປັນຜູ້ຄວບຄຸມຊ່ວຍເຫລືອໂກນານີຢາ ແລະຊິເມອີນ້ອງຊາຍຂອງລາວ ໂດຍການແຕ່ງຕັ້ງຂອງກະສັດເຮເຊກີຢາ ແລະອາຊາຣີຢາເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງພຣະວິຫານຂອງພຣະເຈົ້າ