lo_2ch_text_ulb_l3/30/01.txt

1 line
1.3 KiB
Plaintext

\c 30 \v 1 ເຮເຊກີຢາຊົງຮັບສັ່ງໄປເຖິງອິສຣາເອນ ແລະຢູດາທັງປວງ ຊົງຂຽນໜັງສືເຖິງເອຟຣາຢິມກັບມານາເຊ ດ້ວຍວ່າພວກເຂົາທັງຫລາຍຄວນຈະມາພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ເຢຣູຊາເລັມ ເພື່ອຈະຖືເທດສະການປັດສະຄາຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ \v 2 ເພາະວ່າກະສັດ ແລະເຈົ້ານາຍຂອງພະອົງ ທັງຊຸມນຸມຊົນທັງປວງໃນເຢຣູຊາເລັມໄດ້ປຶກສາກັນທີ່ຈະຖືເທດສະການປັດສະຄາໃນເດືອນທີສອງ \v 3 ພວກເຂົາຈະຖືປັດສະຄາຕາມກຳນົດບໍ່ໄດ້ ເພາະວ່າພວກປະໂລຫິດຍັງບໍ່ໄດ້ຊຳລະຕົນໃຫ້ບໍລິສຸດພຽງພໍແກ່ຈຳນວນ ແລະປະຊາຊົນຍັງບໍ່ໄດ້ຊຸມນຸມກັນໃນເຢຣູຊາເລັມເທື່ອ