lo_2ch_text_ulb_l3/19/01.txt

1 line
1.2 KiB
Plaintext

\c 19 \v 1 ເຢໂຮຊາຟັດກະສັດແຫ່ງຢູດາສະເດັດກັບໄປໂດຍສະຫວັດດີພາບເຖິງພະລາຊະວັງຂອງພະອົງໃນເມືອງເຢຣູຊາເລັມ \v 2 ແຕ່ເຢຮູລູກຊາຍຮານານີຜູ້ທຳນວາຍໄດ້ອອກໄປເຝົ້າພະອົງ ທູນກະສັດເຢໂຮຊາຟັດວ່າ “ຄວນທີ່ພະອົງ ຈະຊ່ວຍຄົນອະທຳ ແລະຮັກຜູ້ທີ່ກຽດຊັງພຣະຜູ້ເປັນເຈົ້າຫລື ເພາະເລື່ອງນີ້ ພຣະພິໂລດຂອງພຣະຜູ້ເປັນເຈົ້າໄດ້ອອກມາເຖິງພະອົງ \v 3 ຢ່າງໃດກໍດີ ພຣະເຈົ້າຍັງພົບຄວາມດີໃນພະອົງຢູ່ ເພາະພະອົງໄດ້ທຳລາຍບັນດາເສົາຮູບເຄົາລົບຈາກແຜ່ນດິນເສຍ ແລະໄດ້ຕັ້ງພະໄທສະແຫວງຫາພຣະເຈົ້າ”