lo_2ch_text_ulb_l3/13/13.txt

1 line
1.2 KiB
Plaintext

\v 13 ເຢໂຣໂບອາມໄດ້ສັບຊ້ອນດັກຊຸ້ມຜູ້ຄົນໄວ້ເພື່ອຈະອ້ອມມາຫາພວກເຂົາຈາກເບື້ອງຫລັງ ດັ່ງນັ້ນ ກອງທະຫານຂອງພະອົງກໍຢູ່ຕໍ່ຫນ້າຢູດາ ແລະກອງຊຸ້ມກໍຢູ່ຂ້າງຫລັງພວກເຂົາ \v 14 ແລະເມື່ອຢູດາຫລຽວເບິ່ງຫລັງ ການເສິກກໍຢູ່ຂ້າງຫນ້າແລະຂ້າງຫລັງພວກເຂົາ ແລະພວກເຂົາທັງຫລາຍກໍຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ ແລະບັນດາປະໂລຫິດກໍເປົ່າແກ \v 15 ແລ້ວຄົນຂອງຢູດາກໍເປັ່ງສຽງຮ້ອງທຳນອງເສິກ ແລະເມື່ອຄົນຢູດາຮ້ອງຂຶ້ນ ຢູ່ມາພຣະເຈົ້າຊົງໃຫ້ເຢໂຣໂບອາມ ແລະອິສຣາເອນທັງປວງພ່າຍແພ້ໄປຕໍ່ອາບີຢາ ແລະຢູດາ