lo_2ch_text_ulb_l3/11/22.txt

1 line
973 B
Plaintext

\v 22 ແລະເຣໂຮໂບອາມຊົງແຕ່ງຕັ້ງໃຫ້ອາບີຢາລູກຊາຍຂອງມາອາກາເປັນລູກຊາຍອົງໃຫຍ່ ໃຫ້ເປັນຫົວຫນ້າທ່າມກາງພີ່ນ້ອງຂອງຕົນ ເພາະພະອົງຊົງຕັ້ງພະໄທຈະໃຫ້ເພິ່ນເປັນກະສັດ \v 23 ພະອົງຊົງຈັດການຢ່າງສະຫລາດ ແລະແຈກຢາຍບັນດາລູກຊາຍຂອງພະອົງໄປທົ່ວແຜ່ນດິນທັງຫມົດຂອງຢູດາແລະເບັນຢາມິນ ໃນຫົວເມືອງທີ່ມີປ້ອມທັງຫມົດ ພະອົງປະທານສະບຽງອາຫານໃຫ້ຢ່າງອຸດົມສົມບູນ ແລະຊົງມີມະເຫສີຢ່າງຫລວງຫລາຍ