lo_2ch_text_ulb_l3/26/14.txt

1 line
885 B
Plaintext

\v 14 ອຸດຊີຢາຊົງຕຽມ—ໂລ່, ຫອກ, ໝວກເຫລັກ, ເສື້ອເກາະ, ທະນູ, ແລະ ກ້ອນຫີນສຳລັບສະຫລິງໄວ້ໃຫ້—ກອງທັບ. \v 15 ໃນເຢຣູຊາເລັມ ພະອົງຊົງເຮັດເຄື່ອງກົນໄກໂດຍຄົນຊ່າງປະດິດ, ເຮັດຂຶ້ນໄວ້ເທິງປ້ອມ ແລະ ຕາມແຈ, ເພື່ອຍິງລູກທະນູ ແລະ ໂຍນກ້ອນຫີນໃຫຍ່. ພະນາມຂອງພະອົງກໍຊ່າລືໄປຍັງບັນດາແຜ່ນດິນໄກ, ເພາະພະອົງຊົງໄດ້ຮັບຄວາມຊ່ວຍເຫລືອຢ່າງອັດສະຈັນຈົນພະອົງເຂັ້ມແຂງ.