lo_2ch_text_ulb_l3/23/12.txt

1 line
1.2 KiB
Plaintext

\v 12 ເມື່ອອາທາລີຢາໄດ້ຍິນສຽງປະຊາຊົນແລ່ນ ແລະສັນລະເສີນກະສັດ, ພະນາງກໍສະເດັດເຂົ້າໄປຫາປະຊາຊົນໃນພຣະວິຫານຂອງພຣະຢາເວ. \v 13 ແລະ ເມື່ອພະນາງທອດພະເນດ ເບິ່ງແມ, ມີກະສັດປະທັບຢືນຢູ່ທີ່ເສົາຂອງພະອົງຊື່ທາງເຂົ້າ, ແລະ ບັນດາຜູ້ບັງຄັບກອງທັບ ແລະ ທະຫານເປົ່າແກກໍຢູ່ຂ້າງກະສັດ. ປະຊາຊົນທັງປວງ ແຫ່ງແຜ່ນດິນ ກໍຊົມຊື່ນຍິນດີ ແລະ ເປົ່າແກ, ບັນດານັກຮ້ອງພ້ອມກັບເຄື່ອງດົນຕີຂອງພວກເຂົາກໍນຳການສັນລະເສີນ. ພະນາງອາທາລີຢາກໍຈີກເສື້ອຜ້າຂອງພະນາງ ແລະ ຊົງຮ້ອງວ່າ, “ກະບົດ! ກະບົດ!”