lo_2ch_text_ulb_l3/23/06.txt

1 line
981 B
Plaintext

\v 6 ຢ່າໃຫ້ຈັກຄົນຫນຶ່ງເຂົ້າໄປໃນພຣະວິຫານຂອງພຣະຢາເວ, ນອກຈາກປະໂລຫິດ ແລະ ຄົນເລວີທີ່ບົວລະບັດຢູ່. ພວກເຂົາທັງຫລາຍເຂົ້າໄປໄດ້ ເພາະພວກເຂົາບໍລິສຸດ. ແຕ່ປະຊາຊົນທັງປວງຈະຕ້ອງຮັກສາການບັງຄັບບັນຊາຂອງພຣະຢາເວ. \v 7 ໃຫ້ຄົນເລວີອ້ອມກະສັດໄວ້, ແຕ່ລະຄົນໃຫ້ຖືອາວຸດ. ຜູ້ໃດເຂົ້າໄປໃນພຣະວິຫານນັ້ນຈະຕ້ອງຖືກປະຫານ. ຈົ່ງຢູ່ກັບກະສັດເມື່ອພະອົງສະເດັດເຂົ້າມາ ແລະ ເມື່ອພະອົງສະເດັດອອກໄປ.”