lo_2ch_text_ulb_l3/23/01.txt

1 line
1.5 KiB
Plaintext

\c 23 \v 1 ໃນປີທີເຈັດ, ເຢໂຮຢາດາໄດ້ສະແດງຄວາມກຳລັງ ແລະ ໃຫ້ພວກນາຍຮ້ອຍເຮັດຄຳຫມັ້ນສັນຍາກັບຕົນ, ມີອາຊາຣີຢາລູກຊາຍເຢໂຣຮາມ, ອິດຊະມາເອນລູກຊາຍເຢໂຮຮານັນ, ອາຊາຣີຢາລູກຊາຍໂອເບັດ, ມາອາເສຢາລູກຊາຍອາດາຢາ, ແລະ ເອລີຊາຟັດລູກຊາຍຊິກຣີ. \v 2 ພວກເຂົາທັງຫລາຍທ່ຽວໄປທົ່ວຢູດາ ແລະຮວບຮວມຄົນເລວີມາຈາກທຸກຫົວເມືອງຂອງຢູດາ, ທັງບັນດາຫົວຫນ້າຂອງບັນພະບູລຸດຂອງອິດສະຣາເອນ, ແລະ ມາຍັງເຢຣູຊາເລັມ. \v 3 ບັນດາຊຸມນຸມຊົນທັງຫມົດກໍເຮັດຄຳຫມັ້ນສັນຍາກັບກະສັດໃນພຣະວິຫານຂອງພຣະເຈົ້າ. ເຢໂຮຢາດາກ່າວແກ່ພວກເຂົາທັງຫລາຍວ່າ, “ເບິ່ງແມ ລູກຊາຍຂອງກະສັດຈະປົກຄອງ, ຕາມທີ່ພຣະຢາເວກ່າວກ່ຽວກັບບັນດາເຊື້ອສາຍຂອງດາວິດ.