lo_2ch_text_ulb_l3/30/07.txt

1 line
1.9 KiB
Plaintext

\v 7 ຢ່າໃຫ້ເປັນຄືບິດາ ແລະ ພີ່ນ້ອງຂອງທ່ານ, ຜູ້ບໍ່ສັດຊື່ຕໍ່ພຣະຢາເວ, ພຣະເຈົ້າແຫ່ງບັນພະບູລຸດຂອງຕົນ, ພຣະອົງຈຶ່ງຊົງມອບພວກເຂົາໄວ້ໃຫ້ປະສົບກັບຄວາມຈິບຫາຍຕາມທີ່ທ່ານເຫັນຢູ່. \v 8 ແລະບັດນີ້ ຢ່າຄໍແຂງ, ຄືບິດາຂອງທ່ານທັງຫລາຍເລີຍ, ແຕ່ຈົ່ງຍອມມອບຕົວທ່ານແດ່ພຣະຢາເວ ແລະ ມາໃນສະຖານທີ່ບໍລິສຸດຂອງພຣະອົງ, ຊຶ່ງພຣະອົງຊົງຊຳລະໄວ້ໃຫ້ບໍລິສຸດເປັນນິດ, ແລະ ບົວລະບັດພຣະຢາເວພຣະເຈົ້າຂອງທ່ານ, ເພື່ອພຣະພິໂລດອັນແຮງກ້າຂອງພຣະອົງຈະຫັນໄປເສຍຈາກທ່ານ. \v 9 ເພາະຖ້າທ່ານທັງຫລາຍຫັນຫນ້າກັບມາຫາພຣະຢາເວ, ພີ່ນ້ອງຂອງທ່ານ ແລະ ລູກຫລານຂອງທ່ານຈະປະສົບກັບຄວາມເມດຕາຈາກຜູ້ທີ່ຈັບພວກເຂົາໄປເປັນຊະເລີຍ, ແລະ ຈະໄດ້ກັບມາໃນແຜ່ນດິນນີ້ອີກ. ເພາະພຣະຢາເວ, ພຣະເຈົ້າຂອງທ່ານຊົງພຣະເມດຕາ ແລະກະລຸນາ, ແລະ ຖ້າທ່ານກັບມາຫາພຣະອົງ ພຣະອົງຈະບໍ່ຊົງຫັນພຣະພັກໄປຈາກທ່ານ.”