lo_2ch_text_ulb_l3/30/01.txt

1 line
1.3 KiB
Plaintext

\c 30 \v 1 ເຮເຊກີຢາຊົງຮັບສັ່ງໄປເຖິງອິດສະຣາເອນ ແລະ ຢູດາທັງປວງ, ແລະ ຊົງຂຽນຫນັງສືເຖິງເອຟຣາຢິມກັບມານາເຊດ້ວຍວ່າ, ພວກເຂົາທັງຫລາຍຄວນຈະມາພຣະວິຫານຂອງພຣະຢາເວທີ່ເຢຣູຊາເລັມ, ເພື່ອຈະຖືເທດສະການປັດສະຄາຖວາຍແດ່ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ. \v 2 ເພາະວ່າກະສັດ, ເຈົ້ານາຍຂອງພະອົງ, ແລະ ທັງຊຸມນຸມຊົນທັງປວງໃນເຢຣູຊາເລັມໄດ້ປຶກສາກັນທີ່ຈະຖືເທດສະການປັດສະຄາໃນເດືອນທີສອງ. \v 3 ພວກເຂົາຈະຖືປັດສະຄາຕາມກຳນົດບໍ່ໄດ້, ເພາະວ່າພວກປະໂລຫິດຍັງບໍ່ໄດ້ຊຳລະຕົນໃຫ້ບໍລິສຸດພຽງພໍແກ່ຈຳນວນ, ແລະປະຊາຊົນຍັງບໍ່ໄດ້ຊຸມນຸມກັນໃນເຢຣູຊາເລັມເທື່ອ.