lo_2ch_text_ulb_l3/18/06.txt

1 line
1.3 KiB
Plaintext

\v 6 ແຕ່ເຢໂຮຊາຟັດທູນວ່າ, “ບ່ອນນີ້ບໍ່ມີຜູ້ທຳນວາຍຂອງພຣະຢາເວຈັກຄົນຫນຶ່ງເລີຍບໍ ຊຶ່ງເຮົາຈະສອບຖາມໄດ້?” \v 7 ກະສັດແຫ່ງອິດສະຣາເອນທູນເຢໂຮຊາຟັດວ່າ, “ຍັງມີຊາຍອີກຄົນຫນຶ່ງ ຊຶ່ງເຮົາຈະໃຫ້ທູນຖາມພຣະຢາເວໄດ້, ຄືມີຄາຢາລູກຊາຍຂອງອິມລາ, ແຕ່ຂ້າພະເຈົ້າຊັງລາວ ເພາະລາວທຳນວາຍແຕ່ຄວາມຮ້າຍສະເຫມີ ບໍ່ເຄີຍບອກຄວາມດີກ່ຽວກັບຂ້າພະເຈົ້າເລີຍ.” ຝ່າຍເຢໂຮຊາຟັດທູນວ່າ, “ຂໍກະສັດຢ່າກ່າວດັ່ງນັ້ນເລີຍ.” \v 8 ແລ້ວກະສັດແຫ່ງອິດສະຣາເອນຈຶ່ງເອີ້ນຂ້າລາຊະການປະຈຳວັງຄົນຫນຶ່ງເຂົ້າມາ ແລະ ກ່າວສັ່ງວ່າ, “ໄປພາມີກາຢາລູກຊາຍອິມລາມາໄວ.”