lo_2ch_text_ulb_l3/35/10.txt

1 line
1.2 KiB
Plaintext

\v 10 ເມື່ອຕຽມການຮຽບຮ້ອຍແລ້ວ, ບັນດາປະໂລຫິດກໍຢືນປະຈຳຫນ້າທີ່ຂອງຕົນ ແລະ ຄົນເລວີກໍຢູ່ຕາມຫມວດຂອງຕົນ, ຕາມພະບັນຊາຂອງກະສັດ. \v 11 ພວກເຂົາກໍຂ້າແກະປັດສະຄາ, ແລະ ປະໂລຫິດກໍເອົາເລືອດຊຶ່ງຮັບຈາກມືພວກເຂົາມາຊິດໃສ່ ສ່ວນຄົນເລວີກໍລອກຫນັງສັດນັ້ນ. \v 12 ແລ້ວພວກເຂົາກໍແຍກສ່ວນທີ່ເປັນເຄື່ອງເຜົາບູຊາໄວ້ຕ່າງຫາກ, ເພື່ອແຈກຢາຍໄດ້ຕາມພວກຕ່າງ ຜູ້ເປັນປະຊາຊົນທີ່ແບ່ງເປັນແຕ່ລະຄອບຄົວ, ໃຫ້ຖວາຍແດ່ພຣະຢາເວ, ດັ່ງທີ່ບັນທຶກໄວ້ໃນຫນັງສືຂອງໂມເຊ. ພວກເຂົາເຮັດກັບງົວເຖິກທຳນອງດຽວກັນນີ້.