\v 6 ດັ່ງນັ້ນໂຢທາມຈຶ່ງຊົງມີກຳລັງຫລາຍຂຶ້ນ ເພາະພະອົງຊົງກະກຽມທາງທັງຫລາຍຂອງພະອົງຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພະອົງ. \v 7 ສ່ວນພະຣາຊະກິດນອກນັ້ນຂອງໂຢທາມ, ແລະການສົງຄາມທັງຫມົດຂອງພະອົງ, ກິຈະກຳປະຈຳວັນຂອງພະອົງ ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິສະຣາເອນ ແລະ ຢູດາ.