\v 20 ກະສັດ, ເຮເຊກີຢາ, ແລະ ຜູ້ທຳນວາຍເອຊາຢາລູກຊາຍອາໂມດ, ໄດ້ອະທິຖານ ເພາະເລື່ອງນີ້ ໂດຍຮ້ອງທູນຕໍ່ສະຫວັນ. \v 21 ພຣະຢາເວຊົງໃຊ້ຜູ້ສົ່ງຂ່າວສະຫວັນອົງຫນຶ່ງ, ຊຶ່ງໄດ້ຕັດທະຫານກ້າທັງປວງ, ຜູ້ບັງຄັບກອງທັບ, ແລະ ນາຍທະຫານໃນຄ້າຍຂອງກະສັດແຫ່ງອັດຊີເຣຍອອກເສຍ. ເພາະສະນັ້ນ ພະອົງຈຶ່ງສະເດັດກັບໄປໃນແຜ່ນດິນຂອງພະອົງດ້ວຍຄວາມອັບອາຍຂາຍຫນ້າ. ເມື່ອພະອົງສະເດັດເຂົ້າໃນວິຫານແຫ່ງພະຂອງພະອົງ, ລູກຊາຍຂອງພະອົງເອງໄດ້ຂ້າພະອົງດ້ວຍດາບ.