\v 18 ສ່ວນພະລາຊະກິດອືື່ນໆ ຂອງມານາເຊ, ແລະ ຄຳອະທິຖານຂອງພະອົງຕໍ່ພຣະເຈົ້າ, ແລະ ຖ້ອຍຄຳຂອງຜູ້ທຳນວາຍ ຜູ້ທູນພະອົງໃນພຣະນາມຂອງພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິດສະຣາເອນ. \v 19 ໃນບັນທຶກນັ້ນໄດ້ມີເລື່ອງ ຄຳອະທິຖານຂອງຂອງພະອົງ, ແລະເລື່ອງທີ່ພຣະເຈົ້າຊົງຮັບຄຳອ້ອນວອນຂອງພະອົງ. ແລະ ເລື່ອງຂອງຄວາມບາບທັງຫມົດຂອງພະອົງ ແລະ ການບໍ່ສັດຊື່ຂອງພະອົງ ແລະ ສະຖານທີ່ສັກສິດຊຶ່ງພະອົງຊົງສ້າງ ແລະ ຕັ້ງບັນດາເສົາຮູບເຄົາລົບ ກັບຮູບເຄົາລົບສະຫລັກ, ກ່ອນທີ່ພະອົງຊົງຖ່ອມພະອົງລົງນັ້ນ ພວກເຂົາບັນທຶກໄວ້ໃນຫນັງສືປະຫວັດທີ່ຜູ້ທຳນວາຍຂຽນ. \v 20 ແລ້ວມານາເຊຈຶ່ງຊົງລ່ວງລັບໄປຢູ່ກັບບັນພະບູລຸດຂອງພະອົງ, ແລະ ພວກເຂົາຝັງພະສົບໄວ້ໃນພະລາຊະວັງຂອງພະອົງ. ອາໂມນ, ລູກຊາຍຂອງພະອົງໄດ້ປົກຄອງແທນພະອົງ.