\c 27 \v 1 ເມື່ອໂຢທາມຊົງເລີ່ມປົກຄອງນັ້ນ ພະອົງມີອາຍຸຊາວຫ້າປີ; ພະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ. ພະມານດາຂອງພະອົງມີພະນາມວ່າ ເຢຣຸຊາ; ລູກສາວຂອງຊາໂດກ. \v 2 ພະອົງຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ຕາມທີ່ອຸດຊີຢາ ບິດາຂອງພະອົງໄດ້ຊົງກະທຳທຸກປະການ ເວັ້ນແຕ່ພະອົງບໍ່ໄດ້ເຂົ້າໄປໃນພຣະວິຫານຂອງພຣະຢາເວ. ແຕ່ປະຊາຊົນຍັງປະຕິບັດໃນທາງເສຍຫາຍ.