\v 15 ພວກເຂົາທັງຫລາຍຮວບຮວມພີ່ນ້ອງຂອງຕົນ, ແລ້ວຊຳລະຕົນໃຫ້ບໍລິສຸດ, ແລະ ເຂົ້າໄປ, ຕາມທີ່ກະສັດໄດ້ຊົງບັນຊາ, ໂດຍພຣະທຳຂອງພຣຢາເວ, ໃຫ້ຊຳລະພຣະວິຫານຂອງພຣະຢາເວໃຫ້ບໍລິສຸດ. \v 16 ປະໂລຫິດໄດ້ເຂົ້າໄປຂ້າງໃນຂອງພຣະວິຫານຂອງພຣະຢາເວເພື່ອຊຳລະໃຫ້ບໍລິສຸດ; ພວກເຂົານຳສິ່ງທີ່ເປື້ອນເປິທີ່ພົບເຫັນໃນພຣະວິຫານຂອງພຣະຢາເວອອກມາທີ່ເດີ່ນພຣະວິຫານຂອງພຣະຢາເວ. ຄົນເລວີກໍຂົນເອົາສິ່ງຂອງນັ້ນອອກໄປຍັງຫ້ວຍນ້ຳກິດໂຣນ. \v 17 ພວກເຂົາເລີ່ມຊຳລະໃນມື້ທຳອິດຂອງເດືອນທຳອິດ.​ໃນວັນທີແປດຂອງເດືອນນັ້ນ ພວກເຂົາມາຍັງລະບຽງຂອງພຣະຢາເວ. ພວກເຂົາຊຳລະພຣະວິຫານຂອງພຣະຢາເວຢູ່ແປດມື້ ແລະ ໃນມື້ທີສິບຫົກຂອງເດືອນທຳອິດ ກໍສຳເລັດ.