\v 7 ເພາະອາຊາກ່າວກັບຢູດາວ່າ, “ໃຫ້ເຮົາທັງຫລາຍສ້າງຫົວເມືອງເຫລົ່ານີ້ ແລະ ອ້ອມດ້ວຍກຳແພງ ຫໍຄອຍ, ປະຕູເມືອງ ແລະ ດ່ານ; ແຜ່ນດິນຍັງເປັນຂອງເຮົາ ເພາະເຮົາໄດ້ສະແຫວງຫາພຣະຢາເວພຣະເຈົ້າຂອງເຮົາ. ເຮົາໄດ້ສະແຫວງຫາພະອົງ, ແລະພຣະອົງໄດ້ຊົງປະທານຄວາມສະຫງົບສຸກທຸກດ້ານ.” ດັ່ງນັ້ນພວກເຂົາທັງຫລາຍຈຶ່ງສ້າງສາ ແລະ ຈະເລີນຂຶ້ນ. \v 8 ອາຊາຊົງມີກອງທັບດ້ວຍໂລ່ໃຫຍ່ ແລະ ຫອກ;​ ຈາກຢູດາສາມແສນຄົນ ແລະ ຈາກເບັນຢາມິນຊຶ່ງຖືໂລ່ ແລະ ທະນູສອງແສນແປດຫມື່ນຄົນ. ທັງຫມົດເປັນທະຫານເອກ.